ພາສາລາວ - Lao (Laotian)

DSHS ໃຫ້ບໍລິການເປັນພາສາທີ່ທ່ານເລືອກ. ເພື່ອຮຽນຮູ້ເພີ່ມເຕີມກ່ຽວກັບປະເພດຂອງການບໍລິການທີ່ພວກເຮົາສະໜອງໃຫ້, ກະລຸນາໂທຫາ 800-737-0617 ລະຫວ່າງເວລາ 8 ໂມງເຊົ້າ ແລະ 5 ໂມງແລງ, ວັນຈັນຫາວັນສຸກ.

ຖ້າທ່ານໂທຮອດຊ່ວງບັນທຶກສຽງ, ກະລຸນາຝາກຂໍ້ຄວາມໄວ້ພ້ອມກັບໝາຍເລກໂທລະສັບຂອງທ່ານ ແລະ ພາສາທີ່ທ່ານປາກເວົ້າ ແລະ ພວກເຮົາຈະໂທກັບຫາທ່ານພ້ອມກັບລ່າມແປພາສາໃນສາຍ. ສຳລັບລູກຄົນ ຫຼື ບຸກຄົນທີ່ຫູໜວກ, ຫູຕຶງ, ຕາບອດ-ຫູໜວກ ແລະ ພິການດ້ານການປາກເວົ້າ, ກະລຸນາຕິດຕໍ່ຫາພວກເຮົາທີ່ 360-111-2222 ຜ່ານຜູ້ໃຫ້ບໍລິການຣີເລທີ່ທ່ານເລືອກ.

DSHS ໃຫ້ບໍລິການປະເພດໃດ?

  • ອາຫານ, ເງິນສົດ, ການຈັດສັນເຮືອນ ແລະ ສິດປິ່ນປົວທາງການແພດ: 877-501-2233
  • ການຊ່ວຍເຫຼືອເດັກ: 800-442-5437
  • ການດູແລເບິ່ງແຍງຜູ້ໃຫຍ່: 877-734-6277
  • ການປົກປ້ອງຜູ້ໃຫຍ່: 866-363-4276
  • ການຊ່ວຍເຫຼືອຄົນພິການ: 800-248-0949
  • ການຟື້ນຟູອາຊີບ: 800-637-5627

 

ເພື່ອຮັບປະກັນວ່າທ່ານຈະໄດ້ຮັບການບໍລິການທີ່ທ່ານຕ້ອງການ, ພວກເຮົາຈະຈັດແຈງລ່າມແປພາສາເພື່ອຊ່ວຍໃຫ້ພວກເຮົາສື່ສານກັບທ່ານ, ແປເອກະສານ, ຈັດເອກະສານໃຫ້ໃນຮູບແບບພິມໃຫຍ່ ຫຼື ພາສາເບຣວ, ຈັດຂໍ້ມູນທີ່ເປັນລາຍລັກອັກສອນໃຫ້ເປັນສະບັບສຽງ ແລະ ອື່ນໆອີກ.

 

VI ຂອງກົດໝາຍວ່າດ້ວຍສິດທິຂອງພົນລະເມືອງໄດ້ກຳນົດຫ້າມບໍ່ໃຫ້ DSHS ເລືອກປະຕິບັດ ໂດຍອີງໃສ່ພື້ນຖານຂອງເຊື້ອຊາດ, ສີຜິວ ຫຼື ຊາດກຳເນີດ. ຖ້າທ່ານຮ້ອງຂໍ ແລະ ບໍ່ໄດ້ຮັບການບໍລິການເປັນພາສາທີ່ທ່ານເລືອກ ຫຼື ທ່ານຮູ້ສຶກວ່າ DSHS ໄດ້ເລືອກປະຕິບັດຕໍ່ທ່ານ, ກະລຸນາຕິດຕໍ່ຫາ ໜ່ວຍງານບໍລິການລັດຖະທຳມະນູນ (Constituent Services) ທີ່800-737-0617 ຫຼື ສົ່ງຄຳຮ້ອງທຸກຂອງທ່ານຜ່ານອີເມວໄປທີ່ iraucomplaints@dshs.wa.gov.

ທ່ານຍັງສາມາດຍື່ນຄຳຮ້ອງທຸກກ່ຽວກັບການເລືອກປະຕິບັດກັບສຳນັກງານເຫຼົ່ານີ້:

ສຳນັກງານໄອຍະການສູງສຸດແຫ່ງລັດວໍຊິງຕັນ (Washington State Office of the Attorney General) (800-551-4636)

ຄະນະກຳມະການສິດທິມະນຸດແຫ່ງລັດວໍຊິງຕັນ (Washington State Human Rights Commission) (800-233-3247)

ກະຊວງສາທາລະນະສຸກ ແລະ ການບໍລິການມະນຸດແຫ່ງສະຫະລັດອາເມຣິກາ (U.S. Department of Health and Human Services) (800-368-1019)